ລະວັງຂີ້ເຫຍື້ອເຄມີ ເຂົ້າມາລາວ

ເຄີຍມີການລັກນໍາເຂົ້າຂີ້ເຫຍື້ອເຄມີເຂົ້າລາວ

ລັດຖະບານລາວ ຍັງເຂັ້ມງວດ ຕໍ່ການລັກລອບນຳເຂົ້າຂີ້ເຫຍື້ອອີເລັກໂທຣນິກ ແລະ ສິ່ງເສດເຫຼືອອັນຕະລາຍ ຈາກຕ່າງປະເທດ ເຂົ້າສູ່ປະເທດລາວ ເພື່ອປ້ອງກັນຜົນກະທົບຕໍ່ສິ່ງແວດລ້ອມ ແລະສຸຂະພາບຂອງປະຊາຊົນ ສ່ວນຜູ້ລະເມິດແມ່ນຖືວ່າ ກະທຳຜິດກົດໝາຍຢ່າງຮ້າຍແຮງ.

ຜ່ານມາ ມີກຸ່ມນາຍທຶນ ແລະບໍລິສັດບາງແຫ່ງ ໃຊ້ຊ່ອງວ່າງທາງກົດໝາຍ ຫຼື ແຈ້ງຂໍ້ມູນສິນຄ້າເທັດ ເຊັ່ນ ແຈ້ງວ່າເປັນເຄື່ອງໃຊ້ມືສອງ ຫຼື ວັດຖຸດິບເພື່ອການຣີໄຊເຄິນ ເພື່ອນຳເຂົ້າຂີ້ເຫຍື້ອອີເລັກໂທຣນິກ ແລະ ສິ່ງເສດເຫຼືອອຸດສາຫະກຳເຂົ້າມາຄັດແຍກ ແລະ ທຳລາຍໃນລາວ.

ຍົກໂຕຢ່າງ ໂຮງງານລາວຊິລິຄອນ ຈາກຮົງກົງ ຢູ່ຫຼັກ 21 ໃນນະຄອນຫຼວງວຽງຈັນ ທີ່ມີການລັກລອບຫຼອມໂລຫະໜັກ ຈົນສ້າງຜົນກະທົບຢ່າງໜັກໜ່ວງ ຕໍ່ສິ່ງແວດລ້ອມແລະສັງຄົມອ້ອມຂ້າງ ຈົນລັດຖະບານສັ່ງປິດ ແລະໃຫ້ຍົກຍ້າຍອອກຈາກພື້ນທີ່ໃນປີ 2017.

ປະຊາຊົນຫຼັກ 21 ນະຄອນຫຼວງວຽງຈັນ ໄດ້ກ່າວວ່າ: ເຂົາໄດ້ຍ້າຍໄປບ່ອນອື່ນແລ້ວ ເນາະ ເນື່ອງຈາກວ່າ ໂຮງງານຊິລິຄອນ ເປັນໂຮງງານທີ່ມັນບໍ່ສະອາດຫັ້ນນ່າ ມັນເຮັດ ໃຫ້ຝຸ່ນລະອອງຕົກລົງທັ່ວບໍລິເວນ ແລ້ວເຂົາກະໄດ້ຍ້າຍໄປລ່ອງຊານພຸ້ນແລ້ວ ແຕ່ໂຮງ ງານນັ້ນ ບໍ່ແນ່ໃຈວ່າເຂົາຊິປັບປຸງໄປໃນທິດທາງໃດເນາະ.

ເຖິງວ່າ ຈະຍ້າຍໄປບ່ອນອື່ນ ແຕ່ ກໍມີຄໍາຖາມວ່າ ໂຮງງານດັ່ງກ່າວ ຈະໄປສ້າງຜົນ ກະທົບຢູ່ບ່ອນອື່ນອີກຫຼືບໍ່.

ນອກຈາກນີ້ ກໍຍັງມີໂຮງງານບາງແຫ່ງ ສ້າງຜົນກະທົບດ້ານຕ່າງໆ ໃຫ້ກັບຊາວບ້ານ ຢູ່ເປັນໄລຍະ ໂດຍສະເພາະເລື່ອງຂອງ ກິ່ນເໝັນຂິວ ຈາກການເຜົາຂອງໂຮງງານ ຕ່າງໆ.

ສຽງປະຊາຊົນ ຫຼັກ 21 ນະຄອນຫຼວງວຽງຈັນ ກ່າວວ່າ: ຈະຍັງມີກິ່ນຂິວ ແຕ່ວ່າ ດ່ຽວນີ້ກະ ເຂົາກຳລັງເວົ້າກັນຢູ່ ກຳລັງປັບປຸງຢູ່ ອາດຈະມີກິ່ນຂິວຈາກໂຮງງານບ໋ອກໂຟມທາງຫຼັງນ່າ ຄົນຈີນໂຕເກົ່າຫັ້ນແຫຼະ.

ປັດຈຸບັນ ທາງການລາວ ໄດ້ອອກຂໍ້ຕົກລົງ ວ່າດ້ວຍການຄວບຄຸມມົນລະພິດ ວັນທີ 7 ເມສາ 2021 ແລະ ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ, ຂີ້ເຫຍື້ອອິເລັກໂທຣນິກ, ແບັດເຕີຣີເກົ່າ ແລະ ສິ່ງເສດເຫຼືອທີ່ມີສານພິດ ຖືກຈັດເປັນ ສິນຄ້າເກືອດຫ້າມນໍາເຂົ້າ ຢ່າງເດັດຂາດ.

ການນໍາເຂົ້າສິ່ງເສດເຫຼືອ ເພື່ອນໍາມາໃຊ້ຄືນໃໝ່ ຫຼື ເປັນວັດຖຸດິບໃນອຸດສາຫະກໍາ ຈະເຮັດໄດ້ກໍຕໍ່ເມື່ອໄດ້ຮັບອະນຸຍາດເປັນກໍລະນີພິເສດ.